ຫົວໜ້າ/ຮອງຫົວໜ້າພາກວິຊາ

                                        

                                            ຊື່ ແລະ ນາມສະກຸນທ່ານ ເອກກະພົນ ໂກະໜູນຖາວອນ

ຕໍາແໜ່ງຫົວໜ້າພາກວິຊາໄອທີ

ໜ້າວຽກ:

1)      ມີໜ້າທີ່ສຶກສາອົບຮົມດ້ານແນວຄິດການເມືອງໃຫ້ພະນັກງານໃນພາກວິຊາຂອງຕົນໃຫ້ມີການເຄື່ອນໄຫວຕາມແນວທາງນະໂຍບາຍຂອງ ພັກ-ລັດ ເຮັດສຳເລັດໜ້າທີ່ຕາມແຜນຂອງວິທະຍາໄລວາງອອກ.

2)      ນຳພາໜວ່ຍງານທີ່ສັງກັດໃນພາກວິຊາຂອງຕົນຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງພາກວິຊາຕົນ.

3)      ຕິດຕາມຜົນສຳເລັດ ແລະ ຄວາມກາວໜ້າໃນການເຄື່ອນໄຫວວຽກງານຂອງພາກວິຊາ.

4)      ສະເໜີຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນແລະປະຕິບັດວິໄນຕໍ່ຜູ້ກະທຳຜິດແລະມີສິດຄົ້ນຄວ້າປະກອບຄຳເຫັນຕໍ່ການຍົກລະດັບຂອງພະນັກງານຂອງຕົນ.

5)      ພົວພັນ ແລະ ຂໍຄຳເຫັນຈາກຄະນະພັກຄະນະອຳນວຍການແລະປະສານສົມທົບກັບພາກສວ່ນຕ່າງໆ.

6)      ສະຫຼຸບແລະວາງແຜນການປະຈຳອາທິດຂອງພາກວິຊາ,ພ້ອມທັງສັງລວມບົດສະຫຼຸບແລະແຜນການຂອງພາກວິຊາ.

7)      ຄຸ້ມຄອງ,  ຕິດຕາມ ແລະ ກວດກາການປະຕິບັດຂອງຄູອາຈານໃນພາກວິຊາຂອງຕົນ.

8)      ຄຸ້ມຄອງແຜນການດຳເນີນງານຂອງພາກວິຊາຢ່າງຮອບດ້ານແລະເປັນເສນາທິການໃຫ້ຄະນະພັກ,ຄະນະອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ.

9)      ຂື້ນແຜນຍົກລະດັບພະນັກງານ-ຄູອາຈານທາງດ້ານວິຊາສະເພາະໃຫ້ສູງຂື້ນເລື້ອຍໆ.

ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກຄະນະອຳນວຍການ.


ຊື່ ແລະ ນາມສະກຸນທ່ານ ຄອນສະຫວັນ ບົວລະພາ

ຕໍາແໜ່ງຮອງຫົວໜ້າພາກວິຊາ

( ຊີ້ນຳວຽກງານ: ວິຊາການ ແລະ ກິດຈະການ)

ໜ້າວຽກ:

1)      ມີໜ້າທີ່ຊ່ວຍຫົວໜ້າພາກວິຊາ ແລະ ປະຕິບັດໜ້າທີ່ ຕາມການມອບໝາຍ ຂອງຫົວໜ້າພາກວິຊາ.

2)      ເຂົ້າຮ່ວມຄົ້ນຄວ້າ ແລະ ຕັດສິນບັນຫາສຳຄັນຂອງພາກວິຊາ.

3)      ລາຍງານການຈັດຕັ້ງປະຕິບັດວຽກງານ ໃຫ້ຫົວໜ້າພາກວິຊາ ຢ່າງເປັນປົກກະຕິ.

4)      ຮັບຜິດຊອບ ຮັກສາການແທນ ຕາມການມອບໝາຍ ໃນກໍລະນີຫົວໜ້າພາກວິຊາບໍ່ຢູ່.

5)      ພົວພັນກັບພາຍນອກ ເພື່ອນຳເອົານັກສຶກສາລົງຝຶກງານ.

6)      ຕິດຕາມ ແລະ ກວດກາການປະຕິບັດຕາຕະລາງສອນການຂື້ນຫ້ອງຂອງຄູອາຈານ ທີ່ຕົນເອງຮັບຜິດຊອບ

7)      ເສີມຂະຫຍາຍບົດບາດແລະຫົວຄິດປະດິດສ້າງຂອງພະນັກງານເຂົ້າໃນການປະຕິບັດແຜນການໃຫ້ມີ

ປະສິດທິຜົນສູງ. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກຄະນະອຳນວຍການ.

Post a Comment