ພະນັກງານພາຍໃນພາກວິຊາ

                                                   

                                     ຊື່ ແລະ ນາມສະກຸນ: ທ່ານ ຂັນທະລີ ພົມມະຈັນ

                             ຕໍາແໜ່ງ: ຫົວໜ້າສາຂາໄອທີ                                     

                     ໜ້າວຽກ:                                     

1)      ນຳພາສາຂາວິຊາຂອງຕົນຈັດຕັ້ງປະຕິບັດແຜນການດຳເນີນງານ ແລະ ຮັບຜິດຊອບຢ່າງຮອບດ້ານ.

2)      ຕິດຕາມການປະຕິບັດຫຼັກສູດ ການຮຽນ-ການສອນ ພາຍໃນສາຂາວິຊາຂອງຕົນ

3)      ລາຍງານການປະຕິບັດວຽກງານແລະສະພາບການຕ່າງໆໃນແຕ່ລະໄລຍະໃຫ້ຫົວໜ້າພາກວິຊາເປັນປົກກະຕິ.

4)      ສັງລວມແຜນການດຳເນີນງານ ແລະ ບົດສະຫລຸບປະຈຳອາທິດ, ປະຈຳເດືອນໃຫ້ພາກວິຊາ.

5)      ສົມທົບກັບວິຊາການພາກວິຊາ, ຈັດຕາຕະລາງການຮຽນ-ການສອນ  ແລະ ຈັດສັນຫ້ອງຮຽນ, ຫ້ອງເຝຶກງານ, ຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

6)   ຄຸ້ມຄອງວຽກງານນັກສຶກສາຮອບດ້ານ,ແນະນຳ,ຕິດຕາມແລະກວດກາການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາພາຍໃນສາຂາວິຊາຂອງຕົນ.

7)      ດຳເນີນການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດ.

8)      ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພາກວິຊາ.


                                           


ຊື່ ແລະ ນາມສະກຸນ: ທ່ານ ສີຫຼ້າ ສິດສົງຄາມ

ຕໍາແໜ່ງ: ຫົວໜ້າໜ່ວຍງານກິດຈະການພາກວິຊາ

ໜ້າວຽກ:


1)  ຄຸ້ມຄອງວຽກງານນັກສຶກສາຮອບດ້ານ,ແນະນຳ,ຕິດຕາມແລະກວດກາການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາພາຍໃນພາກວິຊາຂອງຕົນ.

2)    ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພຂອງນັກຮຽນ-ນັກສຶກສາ.

3)  ຄຸ້ມຄອງວຽກງານອະນາໄມ,ປະດັບປະດາໃນບໍລິເວນຂອບເຂດຮັບຜິດຊອບຂອງຕົນໃຫ້ມີສະພາບແວດລ້ອມເປັນໜ້າຢູ່ ແລະ ສວຍສົດງົດງາມ.

4)      ແນະນຳ, ຕິດຕາມ ແລະ ກວດກາ ການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາທັງໃນແລະ ນອກ ວິທະຍາໄລ.

5) ສົມທົບກັບພະແນກກິດຈະການນັກສຶກສາ ແລະ ພາກວິຊາເພື່ອຄົ້ນຄວ້າແຕ່ງຕັ້ງຄູທີ່ປຶກສາ, ຄະນະຊັ້ນ, ຄະນະຫ້ອງ ແລະ ວຽກງານປະຊາສຳພັນກັບຜູ້ປົກຄອງນັກຮຽນ-ນັກສຶກສາ.

6)   ເຜີຍແຜ່,ໂຄສະນາທຸກຂໍ້ມູນຂ່າວສານໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ປົກຄອງຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ.

7)   ສັງລວມຄະແນນຄຸນສົມບັດ ແລະ ການຂາດຮຽນຂອງນັກສຶກສາທຸກໆສາຂາວິຊາແຕ່ລະພາກຮຽນ.

8) ຄຸ້ມຄອງເອກະສານນັກຮຽນ-ນັກສຶກສາເຊັ່ນ: ໜັງສືສະເໜີ, ລາພັກ, ໂຈະການຮຽນ, ເຈັບປ່ວຍ, ມີວຽກຈຳເປັນທາງຄອບຄົວ, ວຽກທາງລັດຖະການ ແລະ ອື່ນໆ.

       ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງພະແນກກິດຈະການນັກສຶກສາ ແລະ ພາກວິຊາ.




ຊື່ ແລະ ນາມສະກຸນ: ທ່ານ ໄຊໂຍ ທຳມະລັງສີ

ຕໍາແໜ່ງ: ຮອງບໍລິຫານພາກວິຊາ

ໜ້າວຽກ:


1)      ຄຸ້ມຄອງຂຶ້ນບັນຊີເຄື່ອງມື, ອຸປະກອນ ແລະ ເຄື່ອງຈັກພາຍໃນພາກວິຊາ.

2)      ຄຸ້ມຄອງ ແລະ ຂຶ້ນບັນຊີຕຳລາຮຽນ ແລະ ສື່ການຮຽນ-ການສອນ ຂອງພາກວິຊາ.

3)      ບໍລິການແຈກຈ່າຍວັດສະດຸ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ.

4)      ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອາຄານສະຖານທີ່ ແລະ ບໍລິເວນຂອບເຂດຮັບຜິດຊອບຂອງຕົນ.

5)      ສ້າງລະບົບຄຸ້ມຄອງ ຖານຂໍ້ມູນ, ສະຖິຕິ, ປ້ອນຂໍ້ມູນ ຢ່າງລະອຽດ, ຊັດເຈນ, ວ່ອງໄວ ແລະ ທັນສະໄໝຂອງສາຂາ ແລະ ພາກວິຊາ.

6)      ປະຕິບັດການຮຽນ-ການສອນ ທັງພາກທິດສະດີ ແລະ ປະຕິບັດ.

7)      ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຫົວໜ້າພາກວິຊາ


ຊື່ ແລະ ນາມສະກຸນ: ທ່ານ ນາງ ວິໄລວອນ ທອງມະນີວົງ

ຕໍາແໜ່ງ: ຊ່ວຍບໍລິຫານພາກວິຊາ

ໜ້າວຽກ:

     1)      ຄຸ້ມຄອງຂຶ້ນບັນຊີເຄື່ອງມື, ອຸປະກອນ ແລະ ເຄື່ອງຈັກພາຍໃນພາກວິຊາ.

2)      ຄຸ້ມຄອງ ແລະ ຂຶ້ນບັນຊີຕຳລາຮຽນ ແລະ ສື່ການຮຽນ-ການສອນ ຂອງພາກວິຊາ.

3)      ບໍລິການແຈກຈ່າຍວັດສະດຸ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ.

4)      ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອາຄານສະຖານທີ່ ແລະ ບໍລິເວນຂອບເຂດຮັບຜິດຊອບຂອງຕົນ.

5)      ສ້າງລະບົບຄຸ້ມຄອງ ຖານຂໍ້ມູນ, ສະຖິຕິ, ປ້ອນຂໍ້ມູນ ຢ່າງລະອຽດ, ຊັດເຈນ,ວ່ອງໄວ ແລະ ທັນສະໄໝຂອງສາຂາໄອທີ.

6)      ປະຕິບັດການຮຽນ-ການສອນ ທັງພາກທິດສະດີ ແລະ ປະຕິບັດ.

ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຫົວໜ້າພາກວິຊາ



ຊື່ ແລະ ນາມສະກຸນ: ທ່ານ ນາງ ສຸພະຈັນ ແສນປະຕິ

ຕໍາແໜ່ງ: ຮອງກິດຈະການພາກວິຊາ

ໜ້າວຽກ:

1)    ຈັດຕັ້ງການເຄື່ອນໄຫວກິລາ, ສິລະປະວັນະຄະດີ, ຂ່າວສານ, ອອກແຮງງານໂດຍມີຂະບວນການແຂ່ງຂັນແຕ່ລະພາກຮຽນ ແລະ ສົກຮຽນ.

2)    ສະຫລຸບ-ລາຍງານຜົນການຈັດຕັ້ງປະຕິບັດແຜນການເປັນປົກກະຕິ.

3)    ສົ່ງຂໍ້ມູນການຝຶກອົບຮົມວິຊາການທະຫານຕາມໄລຍະເວລາເໝາະສົມ.

4)    ຈັດຕັ້ງນັກຮຽນ-ນັກສຶກສາ ເຄື່ອນໄຫວກິດຈະກຳຕ່າງໆເຊັ່ນ: ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມ ແລະ ການຊ່ວຍເຫລືອສັງຄົມເປັນປົກກະຕິ.

5)    ສ້າງໂຄງການຊ່ວຍເຫລືອ ແລະ ໃຫ້ຄຳປຶກສາຊອກວຽກເຮັດງານທຳໃຫ້ຜູ້ຮຽນຈົບຮ່ວມມືກັບ ສະຖານປະກອບການ ແລະ ພາກສ່ວນທຸລະກິດອື່ນໆ.

6)    ຄຸ້ມຄອງເອກະສານນັກຮຽນ-ນັກສຶກສາເຊັ່ນ: ໜັງສືສະເໜີ, ລາພັກ, ໂຈະການຮຽນ, ເຈັບປ່ວຍ, ມີວຽກຈຳເປັນທາງຄອບຄົວ, ວຽກທາງລັດຖະການ ແລະ ອື່ນໆ.

ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຄະນະພາກວິຊາ

Post a Comment